ສ້າງຊັອບແວ ທີ່ມີຄຸນນະພາບສູງ ທີ່ສາມາດຜັນຂະຫຍາຍໄດ້ຕົງຕາມຄວາມຕ້ອງການທາງດ້ານທຸລະກິດຂອງທ່ານ.
ບໍລິການ IT Outsourcing
ຫຸ້ນສ່ວນທາງດ້ານເຕັກໂນໂລຊີ ທີ່ທ່ານໄວ້ວາງໃຈໃນການພັດທະນາຊັອບແວ, ການຈັດການທາງດ້ານໄອທີ ແລະ ທີມງານສະເພາະທາງ.



ພາບລວມ
ໃຫ້ບໍລິການພັດທະນາແບບຄົບວົງຈອນ ລວມທັງເວັບໄຊ້, ເເອັບມືຖື ແລະ ລະບົບຫຼັງບ້ານ (Backend), ທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ທີ່ທັນສະໄໝ ແລະ ຮູບແບບການສົ່ງມອບແບບ Agile.
ຮັບປະກັນ ການດຳເນີນງານທີ່ສະຖຽນ ແລະ ມີປະສິດທິພາບ ດ້ວຍການຈັດການທາງດ້ານໄອທີ ແບບຄົບວົງຈອນ.
ໃຊ້ປະໂຫຍດຈາກ AI (ປັນຍາປະດິດ) ແລະ ລະບົບອັດຕະໂນມັດ ເພື່ອປັບປຸງຂະບວນການ ແລະ ເພີ່ມປະສິດທິພາບ.
ເຂົ້າເຖິງຜູ້ຊ່ຽວຊານທາງດ້ານໄອທີ ທີ່ມີທັກສະຄວາມສາມາດ ເພື່ອຜັນຂະຫຍາຍທີມງານຂອງທ່ານ ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ.
ການພັດທະນາຊັອບແວ ແບບຄົບວົງຈອນ
ຕັ້ງແຕ່ເວັບໄຊ້, ແອັບມືຖື ຈົນເຖິງລະບົບຫຼັງບ້ານ ແລະ API, ພວກເຮົາສົ່ງມອບທາງອອກ ໃນການເເກ້ໄຂບັນຫາ ທີ່ສາມາດຜັນຂະຫຍາຍໄດ້ ດ້ວຍຂະບວນການທີ່ຢືດຫຍຸ່ນ ແລະ ຮູບແບບການຮ່ວມມື ທີ່ຫຼາກຫຼາຍ.

ການພັດທະນາແອັບພລິເຄຊັ່ນມືຖື
ພັດທະນາແອັບພລິເຄຊັ່ນ iOS, Android ແລະ ຂ້າມເເພັດຟອມ (Cross-platform) ທີ່ມີປະສິດທິພາບສູງ, ລວມທັງຊຸບເປີແອັບ (Super App) ທີ່ສາມາດຜັນຂະຫຍາຍໄດ້.

ຂະບວນການພັດທະນາແບບ Agile
ສົ່ງມອບວຽກໄດ້ໄວຂຶ້ນດ້ວຍລະບົບແບບ Agile ແລະ ລະບົບ CI/CD ສຳລັບການເຊື່ອມໂຍງ ແລະ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.

ການພັດທະນາເວັບໄຊ້
ສ້າງເວັບໄຊ້ ແລະ ເວັບແອັບພລິເຄຊັ່ນທີ່ທັນສະໄໝ, ຕັ້ງແຕ່ເເພັດຟອມ E-commerce ໄປຈົນເຖິງ SPA ແລະ PWA ທີ່ສາມາດຜັນຂະຫຍາຍໄດ້.

ວິສະວະກຳລະບົບຫຼັງບ້ານ ແລະ API
ອອກແບບລະບົບຫຼັງບ້ານ (Backend) ທີ່ສົມບູນເເບບ ດ້ວຍ Microservices, API ທີ່ສາມາດຜັນຂະຫຍາຍໄດ້ ແລະ ຖານຂໍ້ມູນທີ່ຖືກປັບປຸງໃຫ້ເໝາະສົມ.

ຊຸດເຕັກໂນໂລຊີທີ່ທັນສະໄໝ
ນຳໃຊ້ເຕັກໂນໂລຊີຊັ້ນນຳ ເຊັ່ນ : React, Node.js, Java, .NET, Python ແລະ ອື່ນໆ ເພື່ອຊອກຫາວິທີການເເກ້ບັນຫາ ທີ່ສາມາດຜັນຂະຫຍາຍໄດ້.
ການຈັດການໄອທີ ແບບຄົບວົງຈອນ
ການບໍລິຫານຈັດການທາງດ້ານໄອທີ ແບບຄອບຄຸມ ຕັ້ງແຕ່ໂຄງສ້າງພື້ນຖານ, ແອັບພລິເຄຊັ່ນ, ຄລາວ ຈົນເຖິງການບໍລິການ ການຊ່ວຍເຫຼືອ ເພື່ອຮັບປະກັນ ການດຳເນີນງານທີ່ສະຖຽນລະພາບ, ປອດໄພ ແລະ ມີປະສິດທິພາບສູງ.
ການບໍລິຫານຈັດການໂຄງສ້າງພື້ນຖານ ທາງດ້ານໄອທີ
ຈັດການເຊີບເວີ, ລະບົບເຄືອຂ່າຍ ແລະ ການຈັດເກັບຂໍ້ມູນ ພ້ອມດ້ວຍລະບົບຕິດຕາມກວດກາຕະຫຼອດ 24/7 ແລະ ເປັນເຈົ້າການໃນຂະບວນການບຳລຸງຮັກສາລະບົບ.
ການຈັດການແອັບພລິເຄຊັ່ນ
ຮັບປະກັນປະສິດທິພາບທີ່ສະຖຽນ ດ້ວຍການບຳລຸງຮັກສາ, ການປັບປຸງ ແລະ ການຍົກລະດັບຢ່າງຕໍ່ເນື່ອງ.
ຊ່ວຍເຫຼືອ ແລະ ສະໜັບສະໜູນ (Help Desk)
ໃຫ້ບໍລິການ ສະໜັບສະໜູນການນຳໃຊ້ລະບົບ L1–L3 ທີ່ເຊື່ອຖືໄດ້ ພ້ອມດ້ວຍການບໍລິການ ທີ່ຂັບເຄື່ອນດ້ວຍ SLA ແລະ ການຈັດການປີ້ (Ticket) ທີ່ມີປະສິດທິພາບ.
ການຈັດການຄລາວ
ປັບປຸງສະພາບແວດລ້ອມແບບຫຼາຍຄລາວ (Multi-cloud) ພ້ອມດ້ວຍການຄວບຄຸມຕົ້ນທຶນ, ການຕິດຕາມ ແລະ ການເຄື່ອນຍ້າຍລະບົບ ໄດ້ຢ່າງລາບລື່ນ.
ທາງອອກໃນການແກ້ໄຂບັນຫາໂດຍນຳໃຊ້ AI ແລະ ລະບົບອັດຕະໂນມັດ
ເພີ່ມປະສິດທິພາບຂະບວນການ , ຍົກລະດັບໃນການຕັດສິນໃຈ ເເລະ ຂັບເຄື່ອນການດຳເນີນທຸລະກິດ ເເບບອັດສະລິຍະ ດ້ວຍການປະຍຸກໃຊ້ AI, RPA ເເລະ ເເພັດຟອມຂໍ້ມູນຕ່າງໆ ເເບບຄົບວົງຈອນ
.png&w=640&q=75)
ທາງອອກໃນການເເກ້ໄຂບັນຫາ ໂດຍການນຳໃຊ້ Computer vision (ປັນຍາປະດິດ) ເພື່ອໃຊ້ໃນການຢືນຢັນຕົວຕົນ ເເລະ ລະບົບການຕິດຕາມກວດກາເເບບ ອັດສະລິຍະ
.png&w=640&q=75)
ເເກ້ໄຂບັນຫາຂະບວນການ ທາງດ້ານທຸລະກິດທີ່ຊ້ຳຊາກ ໄຫ້ຜັນປ່ຽນເປັນແບບອັດຕະໂນມັດ ເພື່ອປັບປຸງປະສິດທິພາບ ແລະ ຫຼຸດຜ່ອນຕົ້ນທຶນ ໃນການດຳເນີນງານ.
.png&w=640&q=75)
ສ້າງ ແລະ ຈັດຕັ້ງປະຕິບັດ ເສັ້ນທາງໃນການນຳສົ່ງຂໍ້ມູນ (Data Pipelines) ໄຫ້ຍືດຫຍຸ່ນ , ສາມາດປັບຂະຫຍາຍໄດ້ ແລະ ປັບປ່ຽນຮູບເເບບການຮຽນຮູ້ຂອງເຄື່ອງຈັກ (Machine Learning) ໄຫ້ເປັນໄປຕາມມາດຕະຖານ MLOps.
.png&w=384&q=75)
ທາງອອກໃນການເເກ້ໄຂບັນຫາ ໂດຍການນຳໃຊ້ Computer vision (ປັນຍາປະດິດ) ເພື່ອໃຊ້ໃນການຢືນຢັນຕົວຕົນ ເເລະ ລະບົບການຕິດຕາມກວດກາເເບບ ອັດສະລິຍະ
.png&w=384&q=75)
ເເກ້ໄຂບັນຫາຂະບວນການ ທາງດ້ານທຸລະກິດທີ່ຊ້ຳຊາກ ໄຫ້ຜັນປ່ຽນເປັນແບບອັດຕະໂນມັດ ເພື່ອປັບປຸງປະສິດທິພາບ ແລະ ຫຼຸດຜ່ອນຕົ້ນທຶນ ໃນການດຳເນີນງານ.
.png&w=384&q=75)
ສ້າງ ແລະ ຈັດຕັ້ງປະຕິບັດ ເສັ້ນທາງໃນການນຳສົ່ງຂໍ້ມູນ (Data Pipelines) ໄຫ້ຍືດຫຍຸ່ນ , ສາມາດປັບຂະຫຍາຍໄດ້ ແລະ ປັບປ່ຽນຮູບເເບບການຮຽນຮູ້ຂອງເຄື່ອງຈັກ (Machine Learning) ໄຫ້ເປັນໄປຕາມມາດຕະຖານ MLOps.
ບຸກຄະລາກອນໄອທີ ແລະ ທີມງານສະເພາະດ້ານ
ຈັດຫາບຸກຄະລາກອນທາງດ້ານໄອທີ ທີ່ມີທັກສະຄວາມສາມາດ, ທີມງານສະເພາະດ້ານ ແລະ ຮູບແບບການຮ່ວມມືທີ່ຍືດຫຍຸ່ນ ຈະຊ່ວຍເພີ່ມປະສິດທິພາບ,ຍົກລະດັບບຸກຄະລາກອນ ແລະ ຮັບປະກັນຄວາມສຳເລັດຂອງໂຄງການ.

ການເສີມກຳລັງບຸກຄະລາກອນຜູ້ຊ່ຽວຊານ
ຜັນຂະຫຍາຍຂະໜາດທີມງານໄດ້ຢ່າງວ່ອງໄວ ໂດຍຜູ້ຊ່ຽວຊານທາງດ້ານໄອທີ ທີ່ມີທັກສະ ເເລະ ຕອບໂຈດຕົງຄວາມຕ້ອງການຂອງໂຄງການໄດ້ຢ່າງຖືກຕ້ອງ.
ທີມງານສະເພາະກິດ
ສ້າງທີມງານສະເພາະດ້ານ ທີ່ເຮັດວຽກໃຫ້ກັບໂຄງການຂອງທ່ານໂດຍສະເພາະ ພ້ອມດ້ວຍຄວາມຢືດຫຍຸ່ນ ໃນການຜັນຂະຫຍາຍຂະໜາດໂຄງການຕື່ມອີກ.
ຕົວແບບ BOT (ສ້າງ - ດຳເນີນງານ - ໂອນຍ້າຍ)
ສ້າງ ແລະ ຜັນຂະຫຍາຍສູນພັດທະນາຂອງທ່ານ, ຈາກນັ້ນ ກໍສາມາດໂອນຍ້າຍກຳມະສິດໄດ້ຢ່າງລາບລື່ນ.
ບຸກຄະລາກອນທາງດ້ານໄອທີ ທີ່ມີຄວາມຫຼາກຫຼາຍ
ເຂົ້າເຖິງຊັບພະຍາກອນຜູ້ຊ່ຽວຊານທີ່ຫຼາກຫຼາຍ, ຕັ້ງແຕ່ນັກພັດທະນາ, ວິສະວະກອນ AI ຈົນເຖິງຜູ້ຊ່ຽວຊານທາງດ້ານຜະລິດຕະພັນ.
